ຂໍ້ມູນກຽ່ວກັບສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ
Lao village
ຈຸດເປົ້າໝາຍ ຂອງ ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ ແມ່ນເພື່ອພະຍາຍາມສຳຫຼວດ ແລະ ພັດທະນາແບບຍືນຍົງສຳລັບ ພັດທະນາທາງດ້ານພະລັງງານທົດແທນ ຂອງ ປະເທດລາວ ເອງ. ເປົ້າໝາຍນີ້ສາມາດເຮັດໃຫ້ເປັນຈິງໄດ້ກັບລາຄາຂອງພະລັງງານ ເຊິ່ງສາມາດເປັນການຄ້າ ໄດ້ ແລະການສະໜອງໃຫ້ແກ່ຊະຊາຊົນລາວທົ່ວປະເທດໄດ້. ສູນຄົ້ນຄ້ວາ-ທົດລອງພະລັງງານທົດ ແທນລາວ ໄດ້ມີການຕິດຕໍ່ພົວພັນກັບສະມາຊິກສະຖາບັນຕ່າງໆ ແລະແມ່ນສະຖາບັນໜື່ງທີ່ເຮັດ ວຽກໂດຍບໍ່ຫວັງຜົນກຳໄລ.

ຈຸດປະສົງ ແລະ ເປົ້າໝາຍ ຂອງ ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ:

1. ເພື່ອເສີມຂະຫຍາຍການຈັດການ ຂອງ ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ ເພື່ອການສຳຫລວດ ແລະ ພັດທະນາ ທາງເລືອກ ພະລັງງານແບບຍືນຍົງ ຂອງ ສປປ ລາວ, ແລະ ເຮັດ ໃຫ້ມີຄວາມສາມາດພ້ອມທີ່ຈະຜະລິດເປັນການຄ້າ ແລະ ນຳໃຊ້ແບບຍືນຍົງ. ດ້ວຍເຫດຜົນ ນັ້ນ, ຈິ່ງໄດ້ສົ່ງເສີມຄວາມອາດສາມາດທີ່ຈະຜະລິດ ແລະນຳໃຊ້ພະລັງງານທົດແທນ ຢ່າງໃຫ້ມີປະ ສິດທິຜົນ ໃນ ສປປ ລາວ.

2. ເພື່ອສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ຂອງ ຊຸມຊົນແບບຍືນຍົງຂອງ ສປປ ລາວ, ເປັນຕົ້ນແມ່ນການນຳໃຊ້ພະລັງງານທົດແທນຢ່າງພຽງພໍ ແລະ ກ້າວໄປສູ່ການຫຼຸດຜ່ອນຄວາມທຸກ ຍາກລຳບາກ ຂອງປະຊາຊົນບັນດາເຜົ່າ.

3. ເພື່ອດຳເນີນການຄົ້ນຄ້ວາ-ວິໄຈຂໍ້ມູນ ແລະ ສືບຕໍ່ທຸກແນວທາງ ຄວາມພະຍາຍາມ ຂອງ ການນຳໃຊ້ພະລັງງານທົດແທນ ພາຍໃຕ້ການນຳພາຂອງພັກ-ລັດ ແລະ ຈາກອົງການພາກສ່ວນທີ່ ກຽ່ວຂ້ອງ ໃນ ສປປ ລາວ. ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນລາວ ຈະກ້າວມາເປັນ ສູນຄົ້ນ ຄ້ວາ ທີ່ໃຫ້ຄຳຄິດເຫັນສຳລັບປ້ອນຂໍ້ມູນຂ່າວສານທີ່ໃໝ່ໆ ກຽ່ວກັບພະລັງງານທົດແທນຕ່າງໆທີ່ມີ ຢູ່ພາຍໃນປະເທດ.

4. ເພື່ອເສີມຂະຫຍາຍນະໂຍບາຍການແລກປຽ່ນທີ່ວ່າ ອານຸຍາດໃຫ້ທຸກໆພາກສ່ວນທີ່ກຽ່ວຂ້ອງ ກັບພະລັງງານ ມີການແລກປຽ່ນຄວາມເຂົ້າໃຈ, ປະສົບປະການ, ແລະ ຄວາມຄິດເຫັນຕ່າງໆ. ນີ້ແມ່ນການສືບຕໍ່ຄວາມພະຍາຍາມ, ແຕ່ກ້າວໄປເຖີງກອງປະຊຸມສາກົນ ແລະ ເປັນພະລັງງານທົດ ແທນທີ່ດີ ທີ່ຂື້ນກັບສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນລາວ ຄືດັ່ງສະຖານທີ່ແລກປຽ່ນຂໍ້ມູນ ທີ່ເຕັມຮູບແບບ.

5. ເພື່ອປະຕິບັດການສຶກສາ, ສຳຫຼວດໃຫ້ແກ່ສາກົນຮັບຮູ້ຂໍ້ມູນເຫຼົ່ານັ້ນ, ສະພາບການຂອງ ລັດຖະ ບານທ້ອງຖິ່ນ, ຄວາມເປັນໄປໄດ້ຂອງການປະຕິບັດງານ, ແລະ ຄວາມເປັນໄປໄດ້ ທາງດ້ານອຸດສາ ຫະກຳ ສຳລັບການຄົ້ນຄ້ວາ ແລະການລົງທືນ.

6. ບ່ອນທີ່ບໍ່ມີອຸດສາຫະກຳແມ່ນດຳເນີນເປັນທີ່ຮຽບຮ້ອຍແລ້ວ, ຫຼື ບ່ອນທີ່ສາທາລະນະຮຽກຮ້ອງ ຕ້ອງການຂໍ້ມູນ ໂດຍປາສະຈາກເຫດຜົນຕ່າງໆ, ເພື່ອທີ່ຈະປະຕິບັດ ແລະ ການກຳນົດທີ່ດີຂອງ ໂຄງການພັດທະນາຊົນນະບົດ. ນີ້ຈະເປັນສອງຢ່າງ ສຳລັບເຕັກນິກຂອງການແກ້ໄຂໃຫ້ດີທີ່ເທົ່າທີ່ຈະ ດີໄດ້ ສຳລັບການສຳຫຼວດຄວາມເປັນໄປໄດ້ທາງການຄ້າ ຂອງການສືບຕໍ່ການຂະຫຍາຍທາງດ້ານ ພະລັງງານ.

7. ເພື່ອສະໜອງການເຜີຍແຜ່ ກຽ່ວກັບພະລັງງານທົດແທນ. ເຮັດໃຫ້ປະຊາຊົນໃນເຂດຊົນນະບົດ ແລະ ໃນເຂດຕົວເມືອງຮູ້ວ່າບ່ອນໃດ ແລະເຮັດແບບໃດ ທີ່ພວກເຂົາສາມາດເຂົ້າຫາ ແນວທາງ ການພັດທະນາພະລັງງານ ສຳລັບກະໂຕຂອງພວກເຂົາເຈົ້າເອງ. ເຮັດໃຫ້ອຸດສາຫະກຳຕ່າງໆ ແລະ ການເຮັດທຸລະກິດຂະໜາດນ້ອຍ ເຫັນໄດ້ວ່າພວກເຂົາສາມາດເຂົ້າຮ່ວມທຸລະກິດ ການບໍລິການໄດ້ ສຳລັບພະລັງງານທົດແທນ ລາວ.

8. ເພື່ອສືບຕໍ່ປະຕິບັດການພັດທະນາ ແລະຄວບຄຸມຄຸນນະພາບຂອງໂປຣແກ໊ຣມ ການຝຶກອົບຮົມ ແບບຍືນຍົງ ສຳລັບພາກສ່ວນພະລັງງານທົດແທນ ຢູ່ທຸກໆລະດັບເຊັ່ນ: ພື້ນຖານຂອງໂຮງຮຽນ ຕ່າງໆ, ໂຮງຮຽນມັດທະຍົມຕ່າງໆ, ການຮຽກຮ້ອງໃຫ້ມີການຝຶກອົບຮົມຕ່າງໆ, ລະດັບວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ. ໃນສິ່ງທີ່ຂາດຫາຍໄປ ຂອງການລິເລີ່ມທີ່ຕັ້ງຂອບເຂດວຽກທີ່ເໝາະ ສົມ ແລະ ຈັດການເຊັ່ນ: ການຝຶກອົບຮົມຕ່າງໆ ແລະ ຮ່ວມມືກັບສະຖາບັນການສຶກສາຕ່າງໆ ບົນ ພື້ນຖານ ຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດ.


ການຈັດການ ຂອງ ສະຖາບັນ ຫຼື ອົງກອນຕ່າງໆ ມີຄື:

• ຄະນະແມ່ນຢູ່ພາຍໃຕ້ອົງກອນການປົກຄອງ ຂອງ ຄວາມເຊື່ອໃຈ, ທີ່ສະມາຊິກ ຂອງ ອົງກອນແມ່ນ ຈະສົ່ງຕົວແທນມາ 1 ທ່ານ.

• ສະມາຊິກທຸກໆທ່ານ ສາມາດເປັນ ອົງການ, ສະຖາບັນ ແລະ ບໍລິສັດ ທາງພາກລັດ-ເອ ກະຊົນຕ່າງໆ.

• ຄະນະຈະເລືອກຄະນະບໍລິຫານງານ ທີ່ໄດ້ປະກາດສັ່ງຈະຈັດຕັ້ງການຂະຫຍາຍຕ່າງໆ ຂອງ ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ.

• ຄະນະບໍລິຫານງານຕ່າງໆ ແມ່ນຈະຢູ່ພາຍໃຕ້ການຕິດຕາມເບິ່ງແຍງ ການດຳເນີນງານ ຕ່າງໆ ກັບການຈ້າງພະນັກງານ ໂດຍ ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ.