ໜ້າທີ່ວຽກງານຕ່າງໆທີ່ເປີດໂອກາດ
ໜ້າທີ່ວຽກງານທີ່ເປີດໂອກາດ:
  • There are currently no official vacancies, but we always welcome open unsolicited applications
ກ່ຽວກັບວຽກປະຈຸບັນ:
ສູນຄົ້ນຄ້ວາ LIRE ທີ່ມີອິດສະຫລະ ທີ່ບໍ່ຫວັງຜົນກຳໄລ, ດຳເນີນເຮັດວຽກຕາມໂຄງລ່າງພື້ນຖານ. ແລະມີຊ່ອງທາງໃນການດຶງດູດໃຫ້ຜູ້ຊ່ຽວຊານ ເຂົ້າມາຮ່ວມເຮັດວຽກໃນພາກສະໜາມທີກ່ຽວຂ້ອງກັບເປົ້າໝາຍ ຂອງສູນຄົ້ນຄ້ວາ LIRE. ແຕ່ມີມີພຽງແຕ່ທຶນໂຄງການໃດໜຶ່ງເທົ່ານັ້ນ, ສະນັ້ນຜູ້ທີ່ຍື່ນຄຳຮ້ອງຂອງຕົນເຂົ້າມາ ຕ້ອງມີຄວາມຕັດສິນໃຈແນ່ວແນ່ວ່າຜູ້ກ່ຽວຕ້ອງຊອກຫາແຫລ່ງທຶນໃນການກຸ່ມຕົນເອງເພື່ອເຮັດວຽກກັບສູນຄົ້ນຄ້ວາ LIRE. ຜູ້ສະໝັກສາມາດເລີ່ມຕົ້ນໂດຍການມາຝຶກງານກ່ອນ ເພື່ອນຳໃຊ້ເຄຍຂ່າຍຂອງສູນພວກເຮົາ ແລະ ໂອກາດຫລາຍຢ່າງທີ່ຜູ້ກ່ຽວຈະຫາເອົາທຶນດັ່ງກ່າວເພື່ອສະໜອງໃຫ້ກັບຕົນເອງ. ໃນແຕ່ລະພາກ, ພວກເຮົາກໍຈະພະຍາຍາມໃຫ້ການສະໜັບສະໜູນຢູ່ທຸກໆຈຸດຕາມຄວາມສາມາດ, ເພາະສະນັ້ັ້ນແລ້ວຢ່າລືຕິດຕໍ່ພົວພັນກັບພວກເຮົາ contact us!
ສົ່ງໃບຄຳຮ້ອງ ຫລືໃບສະໝັກຂອງທ່ານ ມາທີ່ ອີເມວນີ້ຈະຖືກປ້ອງກັນຈາກ ສະແຕມບອດ ແຕ່ທ່ານຕ້ອງເປີດການໃຊ້ງານຈາວາສຄຣິບເພື່ອອ່ານມັນໄດ້. .
ການລົງຝຶກງານ
ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນ ລາວ ຍັງມີຄວາມຕ້ອງການນັກສຶກສາ ທີ່ມີຄວາມກະ ຕືລືລົ້ນຢາກລົງຝຶກງານ ເພື່ອຫາປະສົບການໃນຫຼາຍໜ້າທີ່ວຽກງານທີ່ແຕກຕ່າງກັນ ທີ່ຈະສະແດງຄວາມຄິດເຫັນໃໝ່ໆແລະເກັບກຽ່ວຫາປະສົບການໃນຄວາມທ້າທາຍຂອງສິ່ງແວດລ້ອມ. ມີຄວາມຮູ້ຄວາມ ຊຳ ນານໃນພາກຕົວຈິງຕ່າງໆເຊິ່ງລວມມີ:ເສດຖະສາດ, ການຕະຫຼາດ, ການປະຊາສຳພັນ, ລະບົບພູມສາດ ແບບດິຈິຕອນ(GIS), ດ້ານກະເສດສາດ, ແລະ ຊຽ່ວຊານສິ່ງແວດລ້ອມ,ແຕ່ວ່າສຳລັບນັກສຶກສາທຸກໆຄົນທີ່ມີຄວາມສົນໃຈໃນດ້ານພະລັງງານທົດແທນ ແມ່ນຍິນດີຕ້ອນຮັບ ເຊັ່ນດຽວກັນ.
ອີງຕາມການລົງຝຶກງານຂອງ ນັກສຶກສາ, ນັກສຶກສາ ສາມາດເລືອກພາກສະໜາມ ຫຼື ຫົວຂໍ້ຂອງຕົນເອງໄດ້ແລະເປັນໄປໄດ້(ບົດວິທະຍານິພົນ)ແມ່ນນຳເອົາມາລວບລວມຄົ້ນຄ້ວາກັບທາງວິຊາການ.  ກະລຸນາກວດເບິ່ງແຕ່ລະໂຄງການ (projects) ທີ່ມີຢູ່ໃນລາຍການກິດຈະກຳຕ່າງໆ ຂອງ ປັດຈຸບັນ ແລະ.
ອານາຄົດແຕ່ຕ້ອງແມ່ນໂຄງການທີ່ທາງສູນຕ້ອງການດຳເນີນງານໃນອານາຄົດ . ຄວາມກະຕືລືລົ້ນ ແລະ ການລິ ເລີ່ມ ຂອງ ຕົນເອງນັ້ນແມ່ນ ສອງສິ່ງ ທີ່ຈຳເປັນຕ້ອງມີມາກ່ອນ.
ຖ້າທ່ານໃດມີຄວາມສົນໃຈ ຫຼື ຕ້ອງການຢາກຮູ້ຂໍ້ມູນລາຍລະອຽດຕ່າງໆ ຂອງ ການດຳເນີນວຽກງານ ພວກເຮົາ,  ກະລຸນາພົວພັນຕິດຕໍ່ສອບຖາມພວກເຮົາໄດ້ ( ອີເມວນີ້ຈະຖືກປ້ອງກັນຈາກ ສະແຕມບອດ ແຕ່ທ່ານຕ້ອງເປີດການໃຊ້ງານຈາວາສຄຣິບເພື່ອອ່ານມັນໄດ້. ) ສຳລັບຂໍ້ມູນເພີ່ມເຕີມ ແລະ ປຶກສາຫາລືກັນ ວ່າແນວຄວາມຄິດ ຂອງ  ທ່ານ ແມ່ນຖຶກຕ້ອງ ແລະ ຕົງປະເດັນກັບແນວຄວາມຄິດພວກເຮົາ ຫຼື ບໍ່.
ຕອ້ງການຢາກຈະໄດ້ແບບຟອມລວມ ຫລື ວຽກທີ່ເຮັດກ່ຽວກັບຝຶກງານປະຈຸບັນຢູ່ທີ່ສູນຄົ້ນຄ້ວາ LIRE ສາມາດເບີ່ງທີ່ ໜ້າເວັບ ພະນັກງານ staff page.