ສະມາຊິກຈາກແຕ່ລະພາກສ່ວນ
Sunlabob logo
ບໍລິສັດ ຊັນລະບົບ
ບໍລິສັດຊັນລະບົບ,ແມ່ນບໍລິສັດດຽວທີ່ມີການເຈາະຈົງໃນການສະໜອງໄຟຟ້າໃຫ້ແກ່ໝູ່ບ້ານທີ່ຫ່າງໄກ ຊອກຫຼີກທີ່ໄຟຟ້າຫຼວງບໍ່ສາມາດເຂົ້າໄປເຖີງໄດ້. ບໍລິສັດແມ່ນກຳລັງຂະຫຍາຍເຄືອຂ່າຍ ສາຂາ ຜູ້ຮ່ວມ ຂະໜາດນ້ອຍ ຂອງ ຕົນເອງ ໃນທົ່ວຂົງຂອງປະເທດ ແລະ ເປັນຜູ້ທີ່ສາມາດ ຕິດຕັ້ງ ແລະ ບໍລິການທາງ ດ້ານ ອຸປະກອນ. ການບໍລິການແບບຊຸດເຊົ່າ ສຳລັບລະບົບພະລັງງານ ທີ່ີໄດ້ດຳເນີນງານມາແລ້ວ ແລະ ຍັງສືບ ຕໍ່ດຳເນີນງານຢູ່.
 ສະມາຄົມສົ່ງເສີມຜະລິດຕະພັນສິນຄ້າປອດສານພິດ ລາວ
ສະມາຄົມສົ່ງເສີມຜະລິດຕະພັນສິນຄ້າປອດສານພິດລາວ,ແມ່ນອົງກອນທີ່ບໍ່ຫວັງຜົນກຳໄລ.ອົງກອນນີ້ ໄດ້ມີຄວາມເອົາໃຈໃສ່ຕໍ່ສູນຄົ້ນຄ້ວາ-ທົດລອງພະລັງງານທົດແທນລາວ,ທີ່ມີຄວາມສົນໃຈເປັນສ່ວນໃຫ່ຍໃນດ້ານນ້ຳມັນຊີວະພາບ. ຍັງສຸມໃສ່ທາງດ້ານຕ່າງໆຄື:
a) ສົ່ງເສີມການຜະລິດນຳມັນຊີວະພາບ ໃນຂົງເຂດຫ່າງໄກຊອກຫຼີກ ຂອງ ປະເທດລາວ ຕະຫຼອດຮອດ ເຄືອຂ່າຍຕ່າງໆ.
b) ສະໜອງການໃຫ້ບໍລິການ ແລະ ຄວາມຮູ້ທາງເຕັກນິກ ໃນຜົນຂອງການ ຜະລິດນຳ້ມັນ ຊີວະ ພາບ ແລະ ການນຳໃຊ້ນຳມັນຊີວະພາບ ໃນຂົງເຂດຊົນນະບົດ.

Resdalao logo
RESDA Lao :
ສະມາຄົມການພັດທະນາການບໍລິການດ້ານພະລັງງານທົດແທນແບບຍືນຍົງ ລາວ
ສະມາຄົມການພັດທະນາການບໍລິການດ້ານພະລັງງານທົດແທນແບບຍືນຍົງ ລາວ, ແມ່ນອົງກອນ ທີ່ບໍ່ຫວັງຜົນກຳໄລ ຂອງ ບໍລິສັດ ແລະ ການເຮັດວຽກ ຂອງ ອົງກອນຕ່າງໆ ໃນດ້ານພະລັງງານ. ຈຸດປະສົງແລະເປົ້າໝາຍຕ່າງໆ ແມ່ນຈັດຕັ້ງການຄົ້ນຄ້ວາ-ສຶກສາ ແລະ ຝຶກອົບຮົມ ສຳລັບ ບໍລິສັດຕ່າງໆ ທີ່ໃຫ້ບໍລິການທາງດ້ານພະລັງງານ ແລະ ຊ່ວຍເຫຼືອທາງດ້ານນະໂຍບາຍຕ່າງໆ ທີ່ວາງອອກຢ່າງ ເໝາະ ສົມ.

XaoBan logo
ກຸ່ມບໍລິສັດ ຊາວບ້ານ
ກຸ່ມບໍລິສັດຊາວບ້ານນີ້ແມ່ນ ບໍລິສັດ ທີ່ສຸມໃສ່ການເສີມສ້າງລາຍຮັບ ໃນໝູ່ບ້ານຕ່າງໆ ຕະຫຼອດ ຮອດການຜະລິດ ແລະ ການຕະຫຼາດ ຂອງ ສິນຄ້າກະສິກຳທີ່ປອດສານພິດ ແລະ ສິນຄ້າທີ່ເຮັດຈາກທຳ ມະຊາດ ທີ່ມີຄຸນນະພາບສູງ. ຄວາມສົນໃຈໃນຫົວຂໍ້ພະລັງງານແມ່ນ ຍ້ອນຄວາມຕ້ອງການພະລັງງານ ສຳລັບການຊົນລະ ປະທານ ແລະ ການດຳເນີນງານ ຂອງ ສິນຄ້າຕ່າງໆ ທີ່ສ້າງລາຍຮັບໄດ້ໃນທ້ອງຕະ ຫຼາດ.

ມະຫາວິທະຍາໄລ ແຫ່ງຊາດ ລາວ
ພະແນກຕ່າງໆ ຂອງ ມະຫາວິທະຍາໄລແຫ່ງຊາດ ລາວ ແມ່ນເປັນຫຼັກໃນການຊ່ວຍເຫຼືອ ຕໍ່ກັບ ຄວາມພະຍາຍາມ ຂອງ ສູນຄົ້ນຄ້ວາ-ທົດລອງດ້ານພະລັງງານທົດແທນ, ຍິ່ງໄປກວ່ານັ້ນ ຍັງຄຳນຶງ ເຖີງຄວາມຮຽກຮ້ອງ ຕ້ອງການ ຂອງ ການເຝິກອົບຮົມຄວາມອາດສາມາດ ຂອງ ຄົນ ທີ່ຈະນຳໃຊ້ເຂົ້າ ໃນອຸດສາຫະກຳພະລັງງານທົດ ແທນ ໃຫ້ປະກົດຜົນເປັນຈິງ.

 ສະຖາບັນຄົ້ນຄ້ວາວິທະຍາສາດ
ສະຖາບັນຄົ້ນຄ້ວາວິທະຍາສາດ, ແມ່ນສະຖາບັນຄົນຄ້ວາ ຂອງ ລັດຖະບານ ທີ່ເປັນຕົ້ນຕໍຫຼັກ ຂອງ ການເຂົ້າມາຮວ່ມໃນ R&D ສຳລັບເຕັກໂນໂລຢີ ທີ່ຈະສະໜອງໄຟຟ້າໃນເຂດຊົນນະບົດຫ່າງໄກຊອກຫຼີກ ທີ່ເຄືອຂ່າຍ ໄຟຟ້າລັດເຂົ້າບໍ່ຮອດ ແລະ ສະໜອງກຳລັງໄຟຟ້າທີ່ເໝາະສົມເຂົ້າໃນແຜນນະໂຍບາຍ ຂອງ ພັກ ແລະ ລັດຖະບານ.

Geo Systemsບໍລິສັດ ລະບົບພູມສາດ ສາກົນ
ການຄົ້ນຄ້ວາວິໃຈລະດັບນານາຊາດແມ່ນ ແນ່ໃສ່ການເຈາະຈົງລາຍລະອຽດ ໃນສິ່ງແວດລ້ອມ, ເສດຖະກິດ-ສັງຄົມ ແລະ ການວິເຄາະພູມສາດຈຸດໃດຈຸດໜຶ່ງໃນຂົງເຂດລຸ່ມແມ່ນ້ຳຂອງ. ມັນໝາຍ ເຖີງການຄົ້ນຄ້ວາ ສຶກສາ ແລະ ການພັດທະນາ, ສຶກສາປະເມີນຜົນເສຍຫາຍຕ່າງໆ ແລະ ການວາງ ການຈັດການແຜນການເປົ້າໝາຍ ຂອງ ຊັບພະຍາກອນທຳມະຊາດ ໃນສິ່ງແວດລ້ອມ ຢ່າງເຕັມຮູບແບບ ແລະ ການພັດທະນາຊົນນະບົດແບບຍືນຍົງ.